LFPay ເປັນການບໍລິການທຽບເທົ່າກັບ Alipay ຂອງລາວ ເຊິ່ງໄດ້ຮັບໃບອະນຸຍາດຈາກ ທະນາຄານແຫ່ງ ສປປ ລາວ ຊຶ່ງຈະຊ່ວຍເລັ່ງລັດໃນການສ້າງລະບົບນິເວດ ທາງການເງິນດິຈິຕອນ ທີ່ຄວບຄຸມທຸກກຸ່ມຄົນ
LFPay ເປັນການບໍລິການທຽບເທົ່າກັບ Alipay ຂອງລາວ ເຊິ່ງໄດ້ຮັບໃບອະນຸຍາດຈາກ ທະນາຄານແຫ່ງ ສປປ ລາວ ຊຶ່ງຈະຊ່ວຍເລັ່ງລັດໃນການສ້າງລະບົບນິເວດ ທາງການເງິນດິຈິຕອນ ທີ່ຄວບຄຸມທຸກກຸ່ມຄົນ

ໃນວັນທີ13ມັງກອນ , ທະນາຄານແຫ່ງ ສ ປປ ລາວ ໄດ້ອອກໃບອະນຸຍາດການໃຫ້ບໍລິການຊຳລະເງິນອີເລັກໂຕຣນິກໃຫ້ແກ່ບໍລິສັດ ລາວຟາຍແນນໂຊ່ ເຕັກໂນໂລຊີ ຈຳກັດ (LFPay). ການດໍາເນີນການນີ້ ຖືເປັນຂີດໝາຍສໍາຄັນຂອງການເລີ່ມຕົ້ນຍຸກໃໝ່ ສຳລັບໂຄງສ້າງພື້ນຖານການຊຳລະເງິນດິຈິຕອນຂອງລາວ ເຊິ່ງເປັນການກ້າວເຂົ້າສູ່ຍຸກໃໝ່ຂອງການດຳເນີນງານໂດຍໄດ້ຮັບໃບອະນຸຍາດ ແລະ ເປັນໄປຕາມມາດຕະຖານ, ພ້ອມທັງສະທ້ອນໃຫ້ເຫັນວ່າ ຍຸດທະສາດຂອງ “ການສ້າງ Alipay ລາວ ແລະ ການກໍ່ສ້າງລະບົບນິເວດທາງການເງິນແບບທົ່ວເຖິງ”ແມ່ນໄດ້ຮັບການຍອມຮັບຢ່າງເປັນທາງການແລ້ວ.
“ເປົ້າໝາຍຫຼັກຂອງພວກເຮົາແມ່ນ ເພື່ອໃຫ້ການບໍລິການທາງການເງິນທີ່ເຂົ້າເຖິງໄດ້ງ່າຍໃນທຸກພື້ນທີ່ຂອງລາວທີ່ມີເຄືອຂ່າຍອິນເຕີເນັດ”. ທ່ານ ຫູສົງ ຜູ້ບໍລິຫານ LFPay ໄດ້ກ່າວໄວ້ວ່າ: ເພື່ອໃຫ້ວິໄສທັດນີ້ປະສົບຜົນເປັນຈິງ, LFPay ຈະນຳໃຊ້ແນວທາງການຮັບຊຳລະເງິນດິຈິຕອນທີ່ມີຕົ້ນທຶນຕ່ຳທີ່ສຸດ, ໂດຍຈະໃຫ້ຄວາມສຳຄັນເປັນພິເສດກັບການຊ່ວຍເຫຼືອຜູ້ໃຊ້ໃນຂົງເຂດທຸລະກິດຂອງນະຄອນຫຼວງວຽງຈັນ ແລະ ໃນເຂດຊົນນະບົດຫ່າງໄກຊອກຫຼີກ ເພື່ອໃຫ້ບັນລຸການປ່ຽນຜ່ານແບບ “ບໍ່ມີຄ່າໃຊ້ຈ່າຍ” ຢ່າງແທ້ຈິງ, ໂດຍມີເປົ້າໝາຍເພື່ອປັບປຸງປະສິດທິພາບໃນການໝູນວຽນເງິນທຶນທາງສັງຄົມໃຫ້ດີຂຶ້ນ ແລະ ແກ້ໄຂບັນຫາການເຂົ້າເຖິງການບໍລິການທາງການເງິນແບບດັ້ງເດີມທີ່ບໍ່ພຽງພໍ.

ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຈາກກົມຄຸ້ມຄອງລະບົບການຊຳລະ ຂອງທະນາຄານແຫ່ງ ສປປ ລາວ ໄດ້ຊີ້ໃຫ້ເຫັນວ່າ ການອອກໃບອະນຸຍາດໃຫ້ແກ່ LFPay ເຊິ່ງເປັນບໍລິສັດວິສາຫະກິດກ່ຽວກັບນະວັດຕະກຳທີ່ດຳເນີນງານຢ່າງຖືກຕ້ອງຕາມກົດໝາຍນີ້, ຖືວ່າແມ່ນມາດຕະການສຳຄັນໃນການດຳເນີນຕາມຍຸດທະສາດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ແລະ ສົ່ງເສີມການພັດທະນາແບບກ້າວໂດດຂອງອຸດສາຫະກຳການເງິນ, ໂດຍແນ່ໃສ່ເພື່ອຂັບເຄື່ອນໃຫ້ແກ່ການເຕີບໂຕຂອງເສດຖະກິດດິຈິຕອນຢ່າງເຂັ້ມແຂງ.
ກ່ອນຈະໄດ້ຮັບໃບອະນຸຍາດຢ່າງເປັນທາງການ, LFPay ໄດ້ສໍາເລັດການເຊື່ອມຕໍ່ລະບົບໂດຍກົງກັບທະນາຄານທຸລະກິດໃຫຍ່ແລ້ວເຊັ່ນ: ທະນາຄານລາວ-ຫວຽດນາມ (LVB). ໃນຊ່ວງທ້າຍປີເຊິ່ງເປັນຊ່ວງເວລາທີ່ມີການສຳລະຊະສາງສູງສຸດທີມງານດ້ານເຕັກນິກໄດ້ດໍາເນີນການທົດສອບການເຊື່ອມຕໍ່ຮ່ວມກັນຢ່າງຈິງຈັງ ເພື່ອຮັບປະກັນວ່າລະບົບມີຄວາມສະຖຽນ ແລະ ມີຄວາມປອດໄພຂອງການຊໍາລະເງິນພາຍໃຕ້ຄວາມກົດດັນຂອງທຸລະກຳສູງສຸດ,ໃນທີ່ສຸດລະບົບໄດ້ຜ່ານການທົດສອບຂອງທະນາຄານກາງດ້ວຍຕົວຊີ້ວັດທາງດ້ານເຕັກນິກທີ່ດີເດັ່ນ, ເຊິ່ງເປັນການວາງຮາກຖານທີ່ໝັ້ນຄົງສໍາລັບການຂະຫຍາຍການໃຫ້ບໍລິການທີ່ຄວບຄຸມສາມາດນຳໄປໃຊ້ໄດ້ໃນວົງກວ້າງ.

ເຊິ່ງແຕກຕ່າງຈາກເຄື່ອງມືການຊຳລະເງິນແບບດັ້ງເດີມ, LFPay ມຸ້ງໝັ້ນມທີ່ຈະສ້າງລະບົບນິເວດ “ການຊໍາລະເງິນຄືສິນເຊື່ອ”. ຜ່ານການບັນທຶກຂໍ້ມູນການເຮັດທຸລະກໍາທາງທຸລະກິດຕົວຈິງຂອງຮ້ານຄ້າ, ແພລດຟອມນີ້ຂອງພວກເຮົາສາມາດຊ່ວຍວິສາຫະກິດຂະຫນາດນ້ອຍແລະກາງ (SMEs) ທີ່ຂາດຫລັກຊັບຄ້ຳປະກັນແບບດັ້ງເດີມ, ມາເປັນການສະສົມຊັບສິນອັນມີຄຸນຄ່າຄື: “ຊັບສິນດ້ານຄວາມເຊື່ອຖືດ້ານສິນເຊື່ອແບບດິຈິຕອນ”. ເຊິ່ງຊັບສິນຫຼັກນີ້, ຈະຊ່ວຍໃຫ້ສາມາດເຊື່ອມໂຍງເຂົ້າກັບການບໍລິການການເງິນແບບຄົບວົງຈອນ ພາຍໃຕ້ກຸ່ມລາວຟາຍແນນໂຊ່ ໂຮນດິ້ງ ໄດ້ຢ່າງໂລ່ງລ່ຽນຊຶ່ງ ລວມທັງທຸລະກິດເຊົ່າສິນເຊື່ອທາງການເງິນ ແລະ ປະກັນໄພທີ່ຂັບເຄື່ອນແບບລະບົບນິເວດ, ເຊິ່ງເປັນການສ້າງລະບົບສະໜັບສະໜູນທາງການເງິນແບບຄົບວົງຈອນ, ຕັ້ງແຕ່ການຮັບແລະການຊຳລະເງິນຈົນເຖິງການເພີ່ມມູນຄ່າທຶນ ແລະການຂະຫຍາຍການຈັດຫາເງິນທຶນ.
ຄວບຄູ່ໄປກັບການຍົກລະດັບຄວາມສະດວກສະບາຍທາງການເງິນ, ນອກຈາກນີ້, LFPay ຍັງໄດ້ລິເລີ່ມຮັບຜິດຊອບຢ່າງຕັ້ງໜ້າໃນການຄວບຄຸມສດ້ານຕະຫລາດ. ແພລດຟອມນີ້ໄດ້ນຳໃຊ້ມາດຕະການຄວບຄຸມທາງເຕັກໂນໂລຊີຄວບຄູ່ກັບກົນໄກການປະຊາສຳພັນ ແລະ ການໃຫ້ຄວາມຮູ້ແກ່ຕະຫຼາດ, ເພື່ອຊີ້ນຳໃຫ້ຜູ້ໃຊ້ເລືອກໃຊ້ຊ່ອງທາງການຊຳລະເງິນທີ່ໄດ້ຮັບໃບອະນຸຍາດ ແລະ ຖືກຕ້ອງຕາມກົດໝາຍເປັນອັນດັບທຳອິດ, ເພື່ອປ້ອງກັນຄວາມສ່ຽງດ້ານເງິນທຶນຕັ້ງແຕ່ທຳອິດ, ເພື່ອຄຸ້ມຄອງຄວາມປອດໄພຂອງເງິນທຶນຂອງປະຊາຊົນຢ່າງແທ້ຈິງ ແລະ ສົ່ງເສີມສະໜັບສະໜູນສະຖຽນລະພາບຂອງລະບຽບການເງິນແຫ່ງຊາດຢ່າງຕໍ່ເນື່ອງ.
ນັບແຕ່ LFPay ໄດ້ເຂົ້າຮ່ວມຢ່າງເປັນທາງການ, ລະບົບນິເວດການບໍລິການການເງິນແບບຄົບວົງຈອນຂອງກຸ່ມບໍລິສັດລາວຟາຍແນນໂຊ່ ໂຮນດີ້ງ ທີ່ປະກອບມີ “ການຊຳລະເງິນ + ຄວາມຫນ້າເຊື່ອຖືດ້ານສິນເຊື່ອ + ານເຊົ່າຊື້ + ປະກັນໄພ” ໄດ້ລວມຕົວຂຶ້ນຢ່າງສົມບູນ ແລະ ຂະບວນການພັດທະນາຂອງລະບົບດັ່ງກ່າວນີ້ຈະມີອິດທິພົນຢ່າງຍີ່ງຕໍ່ການວາງແຜນໃນອະນາຄົດຂອງການເງິນແບບຮອບດ້ານ ແລະ ເສດຖະກິດດິຈິຕອນໃນ ສປປ ລາວ.

